ຂໍເຊີນຮ່ວມປະມູນ
ອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ໄດ້ຮັບທຶນສະໜັບສະໜູນ ຈາກ ສະຫະພາບເອີຣົບ, ເພື່ອຈັດຕັ້ງປະຕິບັດກິດຈະກຳ ໂຄງການ “ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ ໂດຍການສ້າງມູນຄ່າເພີ່ມ ຂອງຜະລິດຕະພັນກາເຟທີ່ມີຈັນຍາບັນ ແລະ ເປັນມິດກັບສິ່ງແວດລ້ອມທີ່ແຂວງເຊກອງ” (Super WE) ຕາງໜ້າໃຫ້ທາງໂຄງການ, ອົງການແຄຣ໌ຂໍເຊີນທ່ານຜູ້ທີ່ສົນໃຈຍື່ນຊ່ອງປະມູນ (ໃບສະເໜີລາຄາ) ສຳລັບການສະໜອງອຸປະກອນສຳລັບການກໍ່ສ້າງເຮືອນຮົ່ມ ສຳລັບການຕາກກາເຟ ຊີ່ງມີລາຍລະອຽດ ດັ່ງລຸ່ມນີ້:
ລດ | ລາຍການເື່ອງ | ຫົວໜ່ວຍ | ຈຳນວນ |
1 | ສັງກະສີ ແຜ່ນໃສໂປ່ງແສງ 50 cm X 240 cm ສຳຫລັບຫລັງຄາ ແລະ ຝາ Plastic roof sheet for drying shed size 50 cm X 240 cm (both for roof and wall) | ແຜ່ນ/Sheet | 1,900 |
2 | ສັງກະສີລົບສັນຫຼັງຄາ (ແຜ່ນລຽບ) / Matel sheet for a roofing overlay | ແມັດຍາວ | 110 |
3 | ໄມ້ແປ້ນຫນ້າ 10 ຍາວ 4 ແມັດ (ເຮັດໂຄງປະຕູ ແລະ ປ່ອງຍ໊ຽມ) Timber size 10 cm X 4 m for building the structure of door and window | ເຫຼັ້ມ Piece | 40 |
4 | ໄມ້3×5 ຍາວ 5 ແມັດ (ໂຄງແອ້ມຝາ) Timber building the wall structure | ເຫຼັ້ມ Piece | 500 |
5 | ໄມ້4×8 ຍາວ 4 ແມັດ (ໂຄງຫລັງຄາ ) Timber for roof trusses | ເຫຼັ້ມ Piece | 650 |
6 | ໄມ້10×10 ຍາວ 4 ແມັດ (ເຮັດເສົາ) Timber for posts | ເຫຼັ້ມ Piece | 60 |
7 | ຊີມັງຂຽວ Green Cement | ສອບ Bag | 40 |
8 | ເຫັລກ ຟີຣ10ຈ່ອຍ (ເຮັດຕິນເສົາ) Steel for building posts in the ground | ເສັ້ນ Rod | 80 |
9 | ເຫັລກບູລອງ ຟີຣ 12 (ເຮັດ ຍຶດຕິນເສົາປູນໃສ່ເສົາໄມ້) Anchor bolt (for connecting cement posts in the ground with timber posts) | ອັນ Piece | 180 |
10 | ເຫລັກລວດດຳ Wire rod | ກິໂລ Kg | 30 |
11 | ນອ໊ດຍິງ ຍຶດສັງກະສີໂປ່ງແສງຕິດກັບໄມ້ (ຍາວ 5-7cm) Inox (size 5-7 cm) for connecting plastic sheet to the wall and roof | ກ່ອງ/Box | 110 |
12 | ຊັງມັງແດງ Red Cement | ສອບ Bag | 100 |
13 | ດິນຈີ່ 6 ຮູ Brick | ກ້ອນ Piece | 5000 |
14 | ຫີນແຮ່ Aggregate | ແມັດກ້ອນ | 20 |
15 | ຊາຍ Sand | ແມັດກ້ອນ | 20 |
16 | ຕະປູເບີ (8) Nail no. 8 | ກິໂລ Kg | 80 |
17 | ຕະປູເບີ (10) Nail no. 10 | ກິໂລ Kg | 80 |
18 | ຕະປູເບີ (12) Nail no. 12 | ກິໂລ Kg | 50 |
19 | ໄລກອນປະຕູ ແລະ ປ່ອງຢຽ້ມ Door and window lock | ຊຸດ Package | 40 |
20 | ມືຈັບໄຂປະຕູ ແລະ ປ່ອງຢຽ້ມ Hand and window door | ຊຸດ Package | 40 |
21 | ບານພັບ Door hinges | ຊຸດ Package | 100 |
22 | ກະແຈ Keys | ອັນ Piece | 20 |
23 | ມູມແຈສາກປະຕູ ແລະ ປ່ອງຢຽ້ມ Framing square | ອັນ Piece | 160 |
24 | ຕະປູກຸບ Nail for galvanize sheet | ກັບ/Box | 30 |
25 | ຕາໜ່າງຢາງ (ຕາກກະແຟ) Plastic net for trays | m2 | 380 |
26 | ຕາໜ່າງເຫັລກ (ກັນໜູເຂົ້າດ້ານຟື້ນລຸ່ມ) Net to protect against mice entering the drying shed | m2 | 50 |
ເງື່ອນໄຂຂອງການຍື່ນຊອງປະມູນ:
- ຜູ້ສະໜອງຕ້ອງລະບຸລະອຽດ ສຳລັບຊື່, ທີ່ຢູ່ ແລະ ພ້ອມເບີໂທຕິດຕໍ່ ໃນໃບສະເໜີລາຄາຂອງຕົນ (ເຊີ່ງຕ້ອງລວມມີລາຄາ ຄ່າຂົນສົ່ງ ຮອດເມືອງດາກຈືງ, ແຂວງເຊກອງ)
- ລາຍການເຄື່ອງແຕ່ລະປະເພດ ຕ້ອງລະບຸຍີ່ຫໍ້, ຂະໜາດ, ຂະໜາດບັນຈຸ, ຈຳນວນ, ຄວາມຍາວ, ຫົວໜ່ວຍ ທີ່ລະອຽດ
- ລະບຸລະອຽດກ່ຽວກັບເງື່ອນໄຂການນຳສົ່ງ ແລະ ການຈ່າຍເງິນ.
- ການຍື່ນປະມູນ ຫລື ໃບສະເໜີລາຄາ ແມ່ນສາມາດສົ່ງທາງອີເມວ ຫລື ເບີວອດແອບຂ້າງລຸ່ມນີ້້.
ສຳລັບລາຍລະອຽດເພີ້ມເຕີມ, ກະລຸນາຕິດຕໍ່: Phetsamai.lattanavong@care.org or WhatsApp: 020 52799997
ການຍື່ນໃບສະເໜີລາຄາ ຕ້ອງສົ່ງໂດຍລະບຸເຖີງ ທີ່ຢູ່ຂອງອົງການແຄຣ໌ ດັ່ງທີ່ລະບຸຂ້າງລຸ່ມນີ້ ແລະ ຕອ້ງຍື່ນກ່ອນ ກ່ອນເວລາ 17:00 ຂອງວັນທີ 3 ພຶດສະພາ 2025
ໂດຍການສົ່ງເຖີງ: ຄະນະກຳມະການຈັດຊື້ ແລະ ໃສ່ຫົວເລື່ອງ: ປະມູນລາຄາສຳລັບການຈັດຊື້ອຸປະກອນເຮືອນຮົ່ມ
ທີ່ຢູ່: ບ້ານໂນນສະຫວັນ, ເມືອງດາກຈຶງ, ແຂວງເຊກອງ.